Jump to Content

ສ້າງ ແລະ ເຜີຍແຜ່ຮູບພາບສະຕຣີດວິວຂອງທ່ານເອງ

ການບັນທຶກບໍລິເວນໃກ້ຄຽງໃໝ່ໆ, ຈຸດທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນຕ່າງໆທີ່ງ່າຍກວ່າເກົ່າ. ພຽງເລືອກກ້ອງຖ່າຍຮູບຂອງທ່ານ, ຮວບຮວມວິດີໂອ 360 ຂອງທ່ານ ແລະ ອັບໂຫຼດໄປໃສ່ສະຕູດິໂອສະຕຣີດວິວ.

Video

ເບິ່ງໜັງ

contribute-hero-line-image
  • ສະແດງພື້ນທີ່ໃກ້ຄຽງຂອງທ່ານ, ມໍລະດົກທາງວັດທະນະທຳຂອງທ່ານ ແລະ ທຸລະກິດຕ່າງໆໃນທ້ອງຖິ່ນໃຫ້ກັບຜູ້ຊົມທົ່ວໂລກໄດ້ເຫັນ.

  • ຊ່ວຍເມືອງຕ່າງໆຕິດຕາມການຈະລາຈອນຕາມຖະໜົນຫົນທາງ, ປະເມີນຄວາມເສຍຫາຍໂຄງລ່າງພື້ນຖານ, ເພີ່ມປະສິດທິພາບວຽກການບຳລຸງຮັກສາ ແລະ ຊ່ວຍໃນການຟື້ນຟູຕ່າງໆ.

  • ປັບປຸງປະສົບການນັກທ່ອງທ່ຽວໂດຍການສ້າງແຜນທີ່ທາງຍ່າງ ແລະ ຈຸດຊ່ວຍເຂົ້າເຖິງ.

ພຽງ 3 ຂັ້ນຕອນເພື່ອເຜີຍແຜ່ຮູບ 360 ຂອງທ່ານໄປທົ່ວໂລກ

ສຳລັບນະໂຍບາຍທີ່ກ່ຽວຂ້ອງກັບຮູບພາບສະຕຣີດວິວທີ່ປະກອບສ່ວນໂດຍຜູ້ໃຊ້, ກະລຸນາອ່ານ ນະໂຍບາຍດ້ານເນື້ອຫາທີ່ປະກອບສ່ວນໂດຍຜູ້ໃຊ້ແຜນທີ່ ຂອງພວກເຮົາ.

ກຽມຕົວ

ບັນທຶກຖະໜົນ, ທາງຍ່າງ, ສະຖານທີ່ທ່ອງທ່ຽວ ແລະ ທຸລະກິດຕ່າງໆດ້ວຍກ້ອງທີ່ເຂົ້າກັນໄດ້ກັບສະຕຣີດວິວ. ຫາກບໍ່ມີຖະໜົນຂອງທ່ານໃນ Google ແຜນທີ່, ໃຫ້ລອງເບິ່ງວິທີອື່ນເພື່ອຈັດການ ຫຼື ປະກອບສ່ວນຂໍ້ມູນຢູ່ໜ້າ ຮຸ້ນສ່ວນເນື້ອຫາ Google ແຜນທີ່ ຂອງພວກເຮົາ.

*Note that Google does not certify any operational or mechanical functions.

Any specific technical or logistical issues should be addressed directly with the supplier.

ພາກ້ອງຖ່າຍຮູບຂອງທ່ານໄປນຳໃນເວລາຂັບລົດ, ຂີ່ລົດ ຫຼື ຍ່າງ

google-street-view-contribute-collecting-image-bike

ສ້າງຮູບ 360 ຂອງທ່ານໃນເວລາເດີນທາງໂດຍທີ່ມືຂອງທ່ານຍັງຈັບພວງມາໄລລົດຢູ່. ໃຊ້ອຸປະກອນຍຶດຕິດລົດ ຫຼື ໝວກກັນນັອກໃນເວລາສ້າງແຜນທີ່ຖະໜົນຂອງທ່ານ ຫຼື ຍຶດກ້ອງຖ່າຍຮູບຂອງທ່ານກັບຂາຕັ້ງກ້ອງຂະໜາດນ້ອຍ ຫຼື ໂມໂນພອດຫາກທ່ານກຳລັງສ້າງຮູບໃນຮົ່ມ.

ເຜີຍແຜ່ຮູບຂອງທ່ານ

ອັບໂຫຼດ ແລະ ຈັດການຮູບ 360 ຂອງທ່ານດ້ວຍ ສະຕູດິໂອສະຕຣີດວິວ .

ສະຕູດິໂອສະຕຣີດວິວ
ຊອບແວສຳລັບການທົວສະເໝືອນ

ສະຕູດິໂອສະຕຣີດວິວ

ແຜນທີ່ສະຕູດິໂອສະຕຣີດວິວ

ເບິ່ງໜັງ

Link to Youtube Video (visible only when JS is disabled)

ເພີ່ມປະສິດທິພາບເວລາຂອງທ່ານ

ອັບໂຫຼດຫຼາຍໄຟລ໌ພ້ອມກັນ ແລະ ເບິ່ງຕົວຢ່າງຮູບຂອງທ່ານກ່ອນທີ່ຈະອັບໂຫຼດແລ້ວ. ເຂົ້າເຖິງສະຖິຕິຮູບ 360 ຂອງທ່ານ ແລະ ວາງແຜນເສັ້ນທາງການບັນທຶກໃນອະນາຄົດຂອງທ່ານໄດ້ຢ່າງງ່າຍດາຍ.

ຮັບແຮງບັນດານໃຈ

ສຶກສາວິທີທີ່ສະຖາບັນຂອງລັດ ແລະ ອົງການທ່ອງທ່ຽວຕ່າງໆໃຊ້ສະຕຣີດວິວເພື່ອປັບປຸງການເບິ່ງເຫັນປາຍທາງທົ່ວໂລກຂອງເຂົາເຈົ້າ.

ຫາກບໍ່ມີຖະໜົນຂອງທ່ານໃນ Google ແຜນທີ່, ໃຫ້ລອງເບິ່ງວິທີອື່ນເພື່ອ ຈັດການ ຫຼື ປະກອບສ່ວນຂໍ້ມູນຢູ່ໜ້າ ຮຸ້ນສ່ວນເນື້ອຫາ Google ແຜນທີ່ ຂອງພວກເຮົາ.